MICRO, SMALL & MEDIUM-SIZED ENTERPRISEFINANCING GUARANTEE SCHEME (MFGS)

ຂະບວນການຄໍ້າປະກັນສິນເຊື່ອ

ຂະບວນການຄໍ້າປະກັນສາມາດເລີ່ມຕົ້ນໄດ້ເມື່ອທະນາຄານ (ຜູ້ໃຫ້ກູ້) ໄດ້ພິຈາລະນາອະນຸມັດສິນເຊື່ອເບື້ອງຕົ້ນແລ້ວ. ນີ້ແມ່ນເພື່ອຮັບປະກັນວ່າການຕັດສິນໃຈ ແລະ ການຄວບຄຸມສິນເຊື່ອຍັງຄົງຢູ່ກັບຜູ້ໃຫ້ກູ້.

ຂັ້ນຕອນ ລາຍລະອຽດ
ຂັ້ນຕອນທີ 1 ການຍື່ນຂໍສິນເຊື່ອ ຜູ້ປະກອບການ (SME) ກະກຽມເອກະສານ ແລະ ແຜນທຸລະກິດ ເພື່ອຍື່ນຂໍສິນເຊື່ອໂດຍກົງກັບສະຖາບັນການເງິນຄູ່ຮ່ວມງານ (PFI).
ຂັ້ນຕອນທີ 2 ການປະເມີນ ແລະ ອະນຸມັດຈາກທະນາຄານ PFI ວິເຄາະຄວາມເປັນໄປໄດ້ຂອງທຸລະກິດ ແລະ ພິຈາລະນາອະນຸມັດເງິນກູ້ ຕາມເງື່ອນໄຂຂອງທະນາຄານ.
ຂັ້ນຕອນທີ 3 ການຮ້ອງຂໍການຄໍ້າປະກັນ ຫຼັງຈາກສິນເຊື່ອໄດ້ຮັບການອະນຸມັດ, ຖ້າຕ້ອງການຫຼັກຊັບຄໍ້າປະກັນເພີ່ມເຕີມ, PFI ຈະສົ່ງແບບຟອມຂໍການຄໍ້າປະກັນໄປໃຫ້ LCGC.
ຂັ້ນຕອນທີ 4 ການອອກໃບຢັ້ງຢືນການຄໍ້າປະກັນ LCGC ປະເມີນຄຳຮ້ອງຂໍ. ເມື່ອອະນຸມັດ, LCGC ຈະອອກໃບຢັ້ງຢືນການຄໍ້າປະກັນ ແລະ ສົ່ງກັບຄືນໃຫ້ PFI.
ຂັ້ນຕອນທີ 5 ການເບີກຈ່າຍສິນເຊື່ອ ເມື່ອໄດ້ຮັບໃບຢັ້ງຢືນການຄໍ້າປະກັນຈາກ LCGC, PFI ຈະດຳເນີນການເບີກຈ່າຍເງິນກູ້ໃຫ້ແກ່ຜູ້ປະກອບການ (SME) ເພື່ອນຳໄປໃຊ້ໃນທຸລະກິດ.
ລຳດັບ ບັນຊີລາຍຊື່ຂໍ້ຫ້າມ — ກິດຈະກຳທີ່ບໍ່ມີສິດໄດ້ຮັບ
* ຖືກຈັດຢູ່ໃນປະເພດ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ພາຍໃຕ້ດຳລັດ 04/ລບ
* ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ ແລະ ດຳເນີນທຸລະກິດໃນ ສປປ ລາວ (ມີໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດຈາກອຳນາດການປົກຄອງທ້ອງຖິ່ນ)
* ທຸລະກິດທີ່ຄົນລາວຖືຮຸ້ນສ່ວນໃຫຍ່
* ທຸລະກິດທີ່ດຳເນີນການຢູ່ໃນ ສປປ ລາວ
* ດຳເນີນກິດຈະການມາແລ້ວຢ່າງໜ້ອຍ 2 ປີ
* ມີປະຫວັດການຊຳລະໜີ້ດີໃນໄລຍະ 1 ປີຜ່ານມາ (ກໍລະນີເຄີຍເປັນໜີ້ NPL ແມ່ນຕ້ອງໄດ້ຮັບການແກ້ໄຂແລ້ວ ແລະ ມີໄລຍະເວລາຕິດຕາມຜົນ 1 ປີ)
* ມີຄວາມສາມາດໃນການຊຳລະຄືນເງິນກູ້
* ບໍ່ຕິດບັນຊີດຳ ຫຼື ຢູ່ໃນບັນຊີລາຍຊື່ທີ່ຖືກກຳນົດມາດຕະການລົງໂທດໃດໆ
* ກິດຈະກຳທຸລະກິດບໍ່ນອນຢູ່ໃນບັນຊີລາຍຊື່ຂໍ້ຫ້າມ (Negative List)
* ຖ້າມີສາຍພົວພັນໃດໆກັບພະນັກງານຫຼັກຂອງ PFI ຫຼື LCGC ແມ່ນຕ້ອງໄດ້ແຈ້ງໃຫ້ຊາບ

ໂຄງການຄໍ້າປະກັນສິນເຊື່ອ MSME (MFGS)

ອັດຕາການຄໍ້າປະກັນ
  • ການຄໍ້າປະກັນແບບມີຫຼັກຊັບ: 80% ຂອງເງິນຕົ້ນ
  • ການຄໍ້າປະກັນແບບບໍ່ມີຫຼັກຊັບ: 70% ຂອງເງິນຕົ້ນ
  • ຂະແໜງການບູລິມະສິດ: 80% (ທັງມີ ແລະ ບໍ່ມີຫຼັກຊັບ)
  • ຄຸ້ມຄອງສະເພາະເງິນຕົ້ນເທົ່ານັ້ນ — ບໍ່ລວມດອກເບ້ຍ ແລະ ຄ່າທຳນຽມ
ເງື່ອນໄຂສິນເຊື່ອ
  • ວົງເງິນກູ້ຕ່ຳສຸດ: 100 ລ້ານກີບ
  • ວົງເງິນກູ້ສູງສຸດ: 4 ຕື້ກີບ
  • ຈຸດປະສົງ: ເພື່ອເປັນທຶນໝູນວຽນ ຫຼື ລົງທຶນໃສ່ຊັບສິນຄົງທີ່
  • ສັດສ່ວນການປ່ອຍກູ້ຕໍ່ມູນຄ່າຊັບສິນ: < 85%
ໄລຍະເວລາການຄໍ້າປະກັນ
  • ຕ່ຳສຸດ: 1 ປີ
  • ສູງສຸດ: 7 ປີ
  • ສຳລັບເງິນກູ້ > 7 ປີ: ໄລຍະເວລາຄຸ້ມຄອງສູງສຸດແມ່ນ 7 ປີ
  • ວັນທີເລີ່ມຕົ້ນ ແລະ ສິ້ນສຸດ ຈະລະບຸໄວ້ໃນໃບຢັ້ງຢືນການຄໍ້າປະກັນ
ປະເພດສິນເຊື່ອທີ່ຄຸ້ມຄອງ
  • ເງິນກູ້ແບບມີກຳນົດເວລາ (Term Loans)
  • ເງິນເບີກເກີນບັນຊີ (Overdrafts)
  • ສິນເຊື່ອໝູນວຽນ (ລວມເຖິງ ສິນເຊື່ອເພື່ອການຄ້າ, ສິນເຊື່ອໃບແຈ້ງໜີ້, ສິນເຊື່ອບັນຊີລູກໜີ້)

ປະເພດຂອງການຄຳ້ປະກັນ ແລະ ຄ່າທຳນຽມ

Facility Fee (One-Time, Paid by PFI)

ຂະໜາດວົງເງິນທີ່ອະນຸມັດ
ຄ່າທຳນຽມວົງເງິນຄັ້ງດຽວ
< 30 ຕື້ກີບ
1.00%
30 ຕື້ກີບ — < 100 ຕື້ກີບ
0.75%
100 ຕື້ກີບ ຂຶ້ນໄປ
0.50%
ການຄໍ້າປະກັນແບບມີຫຼັກຊັບ (Secured Guarantee)
ການຄໍ້າປະກັນແບບມີຫຼັກຊັບ ແມ່ນອອກໃຫ້ສຳລັບເງິນກູ້ທີ່ຜູ້ກູ້ຢືມໄດ້ນຳເອົາອະສັງຫາລິມະຊັບ (ທີ່ດິນ ແລະ/ຫຼື ອາຄານ) ທີ່ມີໃບຕາດິນຖາວອນມາເປັນຫຼັກຊັບຄໍ້າປະກັນ. ມູນຄ່າຫຼັກຊັບຄໍ້າປະກັນທີ່ໄດ້ຮັບການຮັບຮອງແມ່ນ 80% ຂອງມູນຄ່າທີ່ PFI ປະເມີນ. LCGC ຈະຄຸ້ມຄອງ 80% ຂອງມູນຄ່າເງິນຕົ້ນ, ໂດຍ PFI ຈະຮັບຜິດຊອບຄວາມສ່ຽງ 20% ທີ່ເຫຼືອ.
ອັດຕາການຄຸ້ມຄອງ 80%
ຄ່າທຳນຽມ 1.0% ຕໍ່ປີ
ວົງເງິນຕ່ຳສຸດ 100 ລ້ານກີບ
ວົງເງິນສູງສຸດ 4 ຕື້ກີບ
ໄລຍະເວລາ 1-7 ປີ
ຈຸດປະສົງ ທຶນໝູນວຽນ / ຊັບສິນຄົງທີ່
ການຄໍ້າປະກັນແບບບໍ່ມີຫຼັກຊັບ (Unsecured Guarantee)
ການຄໍ້າປະກັນແບບບໍ່ມີຫຼັກຊັບ ແມ່ນສະໜັບສະໜູນເງິນກູ້ສຳລັບຜູ້ກູ້ຢືມທີ່ບໍ່ມີຫຼັກຊັບຄໍ້າປະກັນທີ່ເໝາະສົມ. ການຄໍ້າປະກັນນີ້ຈະເຮັດໜ້າທີ່ປ່ຽນແທນຫຼັກຊັບຄໍ້າປະກັນ, ເຊິ່ງຄຸ້ມຄອງ 70% ຂອງມູນຄ່າເງິນຕົ້ນ. ຜະລິດຕະພັນນີ້ມີປະໂຫຍດຢ່າງຍິ່ງສຳລັບ MSME ທີ່ຫາກໍ່ສ້າງຕັ້ງໃໝ່ ຫຼື ມີຊັບສິນໜ້ອຍ ແຕ່ມີພື້ນຖານທຸລະກິດທີ່ເຂັ້ມແຂງ ພຽງແຕ່ມີຂໍ້ຈຳກັດດ້ານການຖືຄອງກຳມະສິດຊັບສິນ.
ອັດຕາການຄຸ້ມຄອງ 70%
ຄ່າທຳນຽມ 1.5% ຕໍ່ປີ
ວົງເງິນຕ່ຳສຸດ 100 ລ້ານກີບ
ວົງເງິນສູງສຸດ 4 ຕື້ກີບ
ໄລຍະເວລາ 1-7 ປີ
ຈຸດປະສົງ ທຶນໝູນວຽນ / ຊັບສິນຄົງທີ່
Priority Sector
LCGC's Priority Sectors include: (1) Manufacturing including agricultural processing, handicraft and livestock; (2) Wholesale trading of agricultural products for processing or export; and (3) Tourism services. Priority Sector loans receive 80% coverage and a 1.0% p.a. guarantee fee regardless of collateral status.
Guarantee Cover 80%
Guarantee Fee 1.0% p.a.
Min. Loan LAK 100M
Max. Loan LAK 4B
Tenure 1-7 Yrs
Purpose WC / CapEx

Eligible Loan & Facility Types

ປະເພດສິນເຊື່ອ / ວົງເງິນ
ລາຍລະອຽດ
ເງິນກູ້ແບບມີກຳນົດເວລາ (Term Loans)
ເງິນກູ້ທຸລະກິດແບບມີກຳນົດເວລາຄົງທີ່ ສຳລັບເປັນທຶນໝູນວຽນ ຫຼື ການລົງທຶນຊັບສິນຄົງທີ່ ພ້ອມດ້ວຍກຳນົດເວລາການຊຳລະຄືນທີ່ຊັດເຈນ.
ເງິນເບີກເກີນບັນຊີ (Overdrafts)
ວົງເງິນສິນເຊື່ອໝູນວຽນທີ່ອະນຸຍາດໃຫ້ MSME ສາມາດຖອນເງິນໄດ້ສູງສຸດຕາມວົງເງິນທີ່ຕົກລົງກັນໄວ້ ເພື່ອຕອບສະໜອງຄວາມຕ້ອງການໃນການດຳເນີນງານປະຈຳວັນ.
ສິນເຊື່ອເພື່ອການຄ້າ (Trade Facilities)
ໜັງສືຄໍ້າປະກັນການນຳເຂົ້າສິນຄ້າ (LC), ໃບຮັບຮອງການປ່ອຍສິນຄ້າ (TR) ແລະ ສິນເຊື່ອເພື່ອການນຳເຂົ້າສຳລັບ MSME ທີ່ດຳເນີນທຸລະກິດການຄ້າ.
ສິນເຊື່ອໃບແຈ້ງໜີ້ (Invoice Financing)
ສິນເຊື່ອໄລຍະສັ້ນໂດຍໃຊ້ໃບແຈ້ງໜີ້ທີ່ຍັງບໍ່ທັນໄດ້ຮັບຊຳລະເປັນຫຼັກຊັບຄໍ້າປະກັນ ເພື່ອປ່ຽນໜີ້ຕ້ອງຮັບໃຫ້ກາຍເປັນທຶນໝູນວຽນ.
ສິນເຊື່ອບັນຊີລູກໜີ້ (Receivables Financing)
ວົງເງິນສິນເຊື່ອທີ່ອີງໃສ່ບັນຊີລູກໜີ້ແບບກວ້າງຂວາງ ເພື່ອຊ່ວຍ MSME ໃນການຄຸ້ມຄອງຊ່ອງຫວ່າງສະພາບຄ່ອງທາງດ້ານການເງິນ ລະຫວ່າງການຈັດສົ່ງສິນຄ້າ ແລະ ການຊຳລະເງິນ.

Value-Added Services

ນອກເໜືອຈາກຜະລິດຕະພັນການຄໍ້າປະກັນແລ້ວ, LCGC ຍັງສະໜອງການບໍລິການດັ່ງຕໍ່ໄປນີ້ໃຫ້ແກ່ສະຖາບັນການເງິນຄູ່ຮ່ວມງານ ແລະ MSME:
  • ການຝຶກອົບຮົມກ່ຽວກັບການຄໍ້າປະກັນສິນເຊື່ອ (Credit Guarantee Training) ໂຄງການສຳລັບພະນັກງານສິນເຊື່ອຂອງທະນາຄານຄູ່ຮ່ວມງານ ໃນການປະເມີນ ແລະ ວາງໂຄງສ້າງເງິນກູ້ທີ່ຈະໄດ້ຮັບການຄໍ້າປະກັນ, ການສະເໜີຂໍການຄໍ້າປະກັນສິນເຊື່ອ ພ້ອມທັງການລາຍງານ ແລະ ຕິດຕາມສະຖານະຂອງເງິນກູ້ທີ່ໄດ້ຮັບການຄໍ້າປະກັນປະຈຳເດືອນ.
  • ການສ້າງຄວາມເຂັ້ມແຂງໃຫ້ແກ່ MSME (MSME Capacity Building) ຍົກລະດັບຄວາມຮູ້ທາງດ້ານການເງິນຂອງ MSME ດ້ວຍໂຄງການຝຶກອົບຮົມທີ່ເປັນລະບົບ ກ່ຽວກັບການຄໍ້າປະກັນສິນເຊື່ອ, ການຄຸ້ມຄອງກະແສເງິນສົດ, ຄວາມເປັນຜູ້ປະກອບການ, ການຕະຫຼາດ ແລະ ລະບົບບັນຊີ.
  • ການອອກໃບຢັ້ງຢືນການຄໍ້າປະກັນ (Guarantee Certificate Issuance) ດຳເນີນການພາຍໃນ 5 ວັນລັດຖະການ ຫຼັງຈາກໄດ້ຮັບເອກະສານຄຳຮ້ອງທີ່ຄົບຖ້ວນ ແລະ ຖືກຕ້ອງ.
  • ການດຳເນີນການຮຽກຮ້ອງຄ່າທົດແທນ (Claims Processing) ໂຄງສ້າງການດຳເນີນງານແບບ 2 ຂັ້ນຕອນ ພ້ອມກຳນົດເວລາ ແລະ ຂັ້ນຕອນການເບີກຈ່າຍທີ່ໂປ່ງໃສ.
  • ການປັບປຸງໂຄງການ & ແຈ້ງການນະໂຍບາຍ (Scheme Updates & Policy Notifications) ການແຈ້ງການເປັນລາຍລັກອັກສອນກ່ຽວກັບການປ່ຽນແປງຂອງບັນຊີລາຍຊື່ຂໍ້ຫ້າມ (Negative List), ຄ່າທຳນຽມ ຫຼື ເງື່ອນໄຂຕ່າງໆຂອງໂຄງການ.

NEGATIVE LIST — INELIGIBLE ACTIVITIES

ກິດຈະກຳ ແລະ ຂະແໜງການດັ່ງຕໍ່ໄປນີ້ ແມ່ນບໍ່ມີສິດໄດ້ຮັບການຄໍ້າປະກັນຈາກ LCGC:
  • ການຜະລິດ ຫຼື ການຄ້າຂາຍຜະລິດຕະພັນໃດໜຶ່ງທີ່ຖືວ່າຜິດກົດໝາຍພາຍໃຕ້ກົດໝາຍຂອງ ສປປ ລາວ ຫຼື ສົນທິສັນຍາສາກົນ
  • ການຜະລິດ ຫຼື ການຄ້າຂາຍອາວຸດ, ລູກປືນ ແລະ ກິດຈະກຳທີ່ກ່ຽວຂ້ອງກັບອາວຸດ
  • ການຜະລິດ ຫຼື ການຄ້າຂາຍຜະລິດຕະພັນຢາສູບ
  • ການພະນັນ, ກາຊີໂນ ແລະ ທຸລະກິດທີ່ທຽບເທົ່າ
  • ການຜະລິດ ຫຼື ການຄ້າຂາຍວັດຖຸກຳມັນຕະພາບລັງສີ (ຍົກເວັ້ນບາງກໍລະນີສຳລັບອຸປະກອນທາງການແພດ/ການວັດແທກ)
  • ການຜະລິດ ຫຼື ການຄ້າຂາຍເສັ້ນໄຍແອັສເບັສໂຕສ (Asbestos) ທີ່ບໍ່ໄດ້ເຊື່ອມຕິດກັນ
  • ໂຄງການປູກຝັງທີ່ຮຽກຮ້ອງໃຫ້ມີການຖາງປ່າທຳມະຊາດທີ່ຍັງອຸດົມສົມບູນ ຫຼື ເຂດປ່າສະຫງວນ
  • ກິດຈະກຳທີ່ສົ່ງຜົນກະທົບທາງລົບຕໍ່ສະຖານທີ່ສຳຄັນທາງວັດທະນະທຳ ຫຼື ບູຮານຄະດີ
  • ການຄ້າຂາຍສິ່ງເສດເຫຼືອ ຫຼື ຜະລິດຕະພັນສິ່ງເສດເຫຼືອຂ້າມແດນ (ຍົກເວັ້ນສິ່ງເສດເຫຼືອທີ່ບໍ່ເປັນອັນຕະລາຍເພື່ອການນຳກັບມາໃຊ້ໃໝ່)
  • ການຄ້າຂາຍສິນຄ້າໂດຍບໍ່ມີໃບອະນຸຍາດສົ່ງອອກ/ນຳເຂົ້າທີ່ຈຳເປັນ
  • ການຄ້າຂາຍຢາເສບຕິດ ແລະ ການຄ້າມະນຸດ
  • ກິດຈະກຳທາງອາຍາ ຫຼື ການກະທຳທີ່ຜິດກົດໝາຍໃດໆ
  • ທຸລະກິດໃດໆທີ່ຖືກຫ້າມໂດຍກົດໝາຍ ແລະ ລະບຽບການຂອງ ສປປ ລາວ
  • ການກໍ່ການຮ້າຍ ແລະ ກິດຈະກຳການຟອກເງິນ
  • ບໍລິສັດທີ່ມີການນຳໃຊ້ແຮງງານເດັກ
  • ບໍລິສັດທີ່ມີສ່ວນກ່ຽວຂ້ອງກັບການຫຼົບຫຼີກພາສີ-ອາກອນ

NEGATIVE LIST — INELIGIBLE ACTIVITIES

ເພື່ອໃຫ້ມີສິດໄດ້ຮັບການຄໍ້າປະກັນສິນເຊື່ອຈາກ LCGC, ຜູ້ກູ້ຢືມຕ້ອງຕອບສະໜອງໄດ້ຕາມເງື່ອນໄຂທັງໝົດດັ່ງຕໍ່ໄປນີ້:
  • ຖືກຈັດຢູ່ໃນປະເພດ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ພາຍໃຕ້ດຳລັດ 04/ລບ
  • ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ ແລະ ດຳເນີນທຸລະກິດໃນ ສປປ ລາວ (ມີໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດຈາກອຳນາດການປົກຄອງທ້ອງຖິ່ນ)
  • ທຸລະກິດທີ່ຄົນລາວຖືຮຸ້ນສ່ວນໃຫຍ່
  • ທຸລະກິດທີ່ດຳເນີນການຢູ່ໃນ ສປປ ລາວ
  • ດຳເນີນກິດຈະການມາແລ້ວຢ່າງໜ້ອຍ 2 ປີ
  • ມີປະຫວັດການຊຳລະໜີ້ດີໃນໄລຍະ 1 ປີຜ່ານມາ (ກໍລະນີເຄີຍເປັນໜີ້ NPL ແມ່ນຕ້ອງໄດ້ຮັບການແກ້ໄຂແລ້ວ ແລະ ມີໄລຍະເວລາຕິດຕາມຜົນ 1 ປີ)
  • ມີຄວາມສາມາດໃນການຊຳລະຄືນເງິນກູ້
  • ບໍ່ຕິດບັນຊີດຳ ຫຼື ຢູ່ໃນບັນຊີລາຍຊື່ທີ່ຖືກກຳນົດມາດຕະການລົງໂທດໃດໆ
  • ກິດຈະກຳທຸລະກິດບໍ່ນອນຢູ່ໃນບັນຊີລາຍຊື່ຂໍ້ຫ້າມ (Negative List)
  • ຖ້າມີສາຍພົວພັນໃດໆກັບພະນັກງານຫຼັກຂອງ PFI ຫຼື LCGC ແມ່ນຕ້ອງໄດ້ແຈ້ງໃຫ້ຊາບ
ວົງເງິນຄໍ້າປະກັນສູງສຸດຕໍ່ໜຶ່ງ MSME
5,000,000,000 ກີບ (5 ຕື້ກີບ)
ເປັນການຄິດໄລ່ລວມທັງໃນນາມຜູ້ກູ້ຢືມ ແລະ ເຈົ້າຂອງທຸລະກິດຫຼັກ. ສາມາດຂໍອະນຸມັດການຄໍ້າປະກັນເພີ່ມເຕີມໄດ້ພາຍຫຼັງ 6 ເດືອນ ນັບຈາກວັນທີອອກໃບຢັ້ງຢືນຄັ້ງຫຼ້າສຸດ, ໂດຍມີເງື່ອນໄຂວ່າເງິນກູ້ທີ່ມີຢູ່ຕ້ອງມີປະຫວັດການຊຳລະດີ.

ELIGIBLE & PRIORITY SECTORS

ຂະແໜງການທີ່ມີສິດ
ກະສິກຳ
ການຄ້າຂາຍ
ການບໍລິການ
ຫັດຖະກຳ
ອຸດສາຫະກຳ
ຂະແໜງການບູລິມະສິດ (ສິດທິປະໂຫຍດພິເສດ)
ຂະແໜງການດັ່ງຕໍ່ໄປນີ້ ມີສິດໄດ້ຮັບອັດຕາການຄຸ້ມຄອງການຄໍ້າປະກັນ 80% ແລະ ຫຼຸດຄ່າທຳນຽມການຄໍ້າປະກັນເຫຼືອພຽງ 1.0% ຕໍ່ປີ, ບໍ່ວ່າເງິນກູ້ນັ້ນຈະມີ ຫຼື ບໍ່ມີຫຼັກຊັບຄໍ້າປະກັນກໍ່ຕາມ:
ອຸດສາຫະກຳການຜະລິດ ລວມເຖິງການປຸງແຕ່ງຜະລິດຕະພັນກະສິກຳ, ຫັດຖະກຳ ແລະ ການລ້ຽງສັດ.
ການຄ້າສົ່ງ ໂດຍສະເພາະແມ່ນຜະລິດຕະພັນກະສິກຳທີ່ມີຈຸດປະສົງເພື່ອນຳໄປປຸງແຕ່ງຕໍ່ ຫຼື ສົ່ງອອກ.
ການບໍລິການທ່ອງທ່ຽວ ທຸກການບໍລິການທີ່ກ່ຽວຂ້ອງກັບຂະແໜງການທ່ອງທ່ຽວ ແລະ ການບໍລິການສະຖານທີ່ພັກເຊົາ ໃນ ສປປ ລາວ.

HOW THE SCHEME WORKS (all)

ຂັ້ນຕອນການດຳເນີນງານຂອງໂຄງການ
1
MSME ຍື່ນສະເໜີ

ຜູ້ກູ້ຢືມຕິດຕໍ່ສະຖາບັນການເງິນຄູ່ຮ່ວມງານ (PFI) ເພື່ອຂໍສິນເຊື່ອທຸລະກິດ

2
PFI ປະເມີນຜົນ

PFI ດຳເນີນການປະເມີນສິນເຊື່ອຂອງຜູ້ກູ້ຢືມ

3
ສະເໜີຂໍການຄໍ້າປະກັນ

PFI ສົ່ງໃບຄຳຮ້ອງຂໍການຄໍ້າປະກັນໃຫ້ແກ່ LCGC

4
LCGC ພິຈາລະນາ

LCGC ກວດກາຄວາມສອດຄ່ອງຕາມເງື່ອນໄຂຂອງ MFGS (ພາຍໃນ 5 ວັນລັດຖະການ)

5
ອອກໃບຢັ້ງຢືນ

LCGC ອອກໃບຢັ້ງຢືນການຄໍ້າປະກັນໃຫ້ແກ່ PFI

6
ເບີກຈ່າຍສິນເຊື່ອ

PFI ດຳເນີນການເບີກຈ່າຍເງິນກູ້ໃຫ້ແກ່ຜູ້ກູ້ຢືມ (MSME)