ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໂຄງການຮັບປະກັນການເງິນ (ຈນກ)
ຂັ້ນຕອນການຄ້ຳປະກັນສິນເຊື່ອ
ຂະບວນການຄໍ້າປະກັນສາມາດເລີ່ມຕົ້ນໄດ້ເມື່ອທະນາຄານ (ຜູ້ໃຫ້ກູ້) ໄດ້ພິຈາລະນາອະນຸມັດສິນເຊື່ອເບື້ອງຕົ້ນແລ້ວ. ນີ້ແມ່ນເພື່ອຮັບປະກັນວ່າການຕັດສິນໃຈ ແລະ ການຄວບຄຸມສິນເຊື່ອຍັງຄົງຢູ່ກັບຜູ້ໃຫ້ກູ້.
| ຂັ້ນຕອນ | ລາຍລະອຽດ |
|---|---|
| ຂັ້ນຕອນທີ 1 | ການຍື່ນຂໍສິນເຊື່ອ ຜູ້ປະກອບການ MSME ກະກຽມເອກະສານ ແລະ ແຜນທຸລະກິດ ເພື່ອຍື່ນຄຳຂໍສິນເຊື່ອໂດຍກົງຕໍ່ສະຖາບັນການເງິນຄູ່ຮ່ວມ (PFI). |
| ຂັ້ນຕອນທີ 2 | ການປະເມີນ ແລະ ອະນຸມັດຈາກທະນາຄານ PFI ວິເຄາະຄວາມເປັນໄປໄດ້ຂອງທຸລະກິດ ແລະ ພິຈາລະນາອະນຸມັດສິນເຊື່ອຕາມເງື່ອນໄຂຂອງທະນາຄານ. |
| ຂັ້ນຕອນທີ 3 | ການຮ້ອງຂໍການຄໍ້າປະກັນ ຫຼັງຈາກສິນເຊື່ອໄດ້ຮັບການອະນຸມັດແລ້ວ ຫາກຍັງຕ້ອງການຫຼັກຊັບຄ້ຳປະກັນເພີ່ມເຕີມ, PFI ຈະສົ່ງແບບຟອມຄຳຂໍຄ້ຳປະກັນໃຫ້ ບຄຊ. |
| ຂັ້ນຕອນທີ 4 | ການອອກໃບຢັ້ງຢືນການຄໍ້າປະກັນ ບຄຊ ປະເມີນຄຳຂໍຄ້ຳປະກັນ. ເມື່ອຄຳຂໍໄດ້ຮັບການອະນຸມັດ, ບຄຊ ຈະອອກໃບຢັ້ງຢືນການຄ້ຳປະກັນ ແລະ ສົ່ງໃຫ້ PFI. |
| ຂັ້ນຕອນທີ 5 | ການເບີກຈ່າຍສິນເຊື່ອ ເມື່ອໄດ້ຮັບໃບຢັ້ງຢືນການຄ້ຳປະກັນຈາກ ບຄຊ ແລ້ວ, PFI ຈະດຳເນີນການເບີກຈ່າຍສິນເຊື່ອໃຫ້ແກ່ຜູ້ປະກອບການ MSME ເພື່ອນຳໄປໃຊ້ໃນການດຳເນີນທຸລະກິດ. |
| ລຳດັບ | ບັນຊີລາຍຊື່ຂໍ້ຫ້າມ — ກິດຈະກຳທີ່ບໍ່ມີສິດໄດ້ຮັບ |
|---|---|
| * | ຖືກຈັດຢູ່ໃນປະເພດ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ພາຍໃຕ້ດຳລັດ 04/ລບ |
| * | ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ ແລະ ດຳເນີນທຸລະກິດໃນ ສປປ ລາວ (ມີໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດຈາກອຳນາດການປົກຄອງທ້ອງຖິ່ນ) |
| * | ທຸລະກິດທີ່ຄົນລາວຖືຮຸ້ນສ່ວນໃຫຍ່ |
| * | ທຸລະກິດທີ່ດຳເນີນການຢູ່ໃນ ສປປ ລາວ |
| * | ດຳເນີນກິດຈະການມາແລ້ວຢ່າງໜ້ອຍ 2 ປີ |
| * | ມີປະຫວັດການຊຳລະໜີ້ດີໃນໄລຍະ 1 ປີຜ່ານມາ (ກໍລະນີເຄີຍເປັນໜີ້ NPL ແມ່ນຕ້ອງໄດ້ຮັບການແກ້ໄຂແລ້ວ ແລະ ມີໄລຍະເວລາຕິດຕາມຜົນ 1 ປີ) |
| * | ມີຄວາມສາມາດໃນການຊຳລະຄືນເງິນກູ້ |
| * | ບໍ່ຕິດບັນຊີດຳ ຫຼື ຢູ່ໃນບັນຊີລາຍຊື່ທີ່ຖືກກຳນົດມາດຕະການລົງໂທດໃດໆ |
| * | ກິດຈະກຳທຸລະກິດບໍ່ນອນຢູ່ໃນບັນຊີລາຍຊື່ຂໍ້ຫ້າມ (Negative List) |
| * | ຖ້າມີສາຍພົວພັນໃດໆກັບພະນັກງານຫຼັກຂອງ PFI ຫຼື LCGC ແມ່ນຕ້ອງໄດ້ແຈ້ງໃຫ້ຊາບ |
ໂຄງການຄ້ຳປະກັນສິນເຊື່ອສຳລັບ ຈກນ
ອັດຕາການຄໍ້າປະກັນ
- ການຄໍ້າປະກັນແບບມີຫຼັກຊັບ: 80% ຂອງເງິນຕົ້ນ
- ການຄໍ້າປະກັນແບບບໍ່ມີຫຼັກຊັບ: 70% ຂອງເງິນຕົ້ນ
- ຂະແໜງການບູລິມະສິດ: 80% (ທັງມີ ແລະ ບໍ່ມີຫຼັກຊັບ)
- ຄຸ້ມຄອງສະເພາະເງິນຕົ້ນເທົ່ານັ້ນ — ບໍ່ລວມດອກເບ້ຍ ແລະ ຄ່າທຳນຽມ
ເງື່ອນໄຂສິນເຊື່ອ
- ວົງເງິນກູ້ຕ່ຳສຸດ: 100 ລ້ານກີບ
- ວົງເງິນກູ້ສູງສຸດ: 4 ຕື້ກີບ
- ຈຸດປະສົງ: ເພື່ອເປັນທຶນໝູນວຽນ ຫຼື ລົງທຶນໃສ່ຊັບສິນຄົງທີ່
- ສັດສ່ວນການປ່ອຍກູ້ຕໍ່ມູນຄ່າຊັບສິນ: < 85%
ໄລຍະເວລາການຄໍ້າປະກັນ
- ຕ່ຳສຸດ: 1 ປີ
- ສູງສຸດ: 7 ປີ
- ສຳລັບເງິນກູ້ > 7 ປີ: ໄລຍະເວລາຄຸ້ມຄອງສູງສຸດແມ່ນ 7 ປີ
- ວັນທີເລີ່ມຕົ້ນ ແລະ ສິ້ນສຸດ ຈະລະບຸໄວ້ໃນໃບຢັ້ງຢືນການຄໍ້າປະກັນ
ປະເພດສິນເຊື່ອທີ່ຄຸ້ມຄອງ
- ເງິນກູ້ແບບມີກຳນົດເວລາ (Term Loans)
- ເງິນເບີກເກີນບັນຊີ (Overdrafts)
- ສິນເຊື່ອໝູນວຽນ (ລວມເຖິງ ສິນເຊື່ອເພື່ອການຄ້າ, ສິນເຊື່ອໃບແຈ້ງໜີ້, ສິນເຊື່ອບັນຊີລູກໜີ້)
ປະເພດຂອງການຄຳ້ປະກັນ ແລະ ຄ່າທຳນຽມ
ຄ່າທຳນຽມວົງເງິນສິນເຊື່ອ (ຊຳລະຄັ້ງດຽວໂດຍ PFI)
ວົງເງິນທີ່ອະນຸມັດ
ຄ່າທຳນຽມວົງເງິນຄັ້ງດຽວ
ຕ່ຳກວ່າ 30 ຕື້ກີບກີບ
1.00%
ແຕ່ 30 ຕື້ກີບ ຫາ ຕ່ຳກວ່າ 100 ຕື້ກີບ
0.75%
ແຕ່ 100 ຕື້ກີບຂຶ້ນໄປ
0.50%
ການຄໍ້າປະກັນແບບມີຫຼັກຊັບ (Secured Guarantee)
ການຄ້ຳປະກັນແບບມີຫຼັກຊັບ ແມ່ນການຄ້ຳປະກັນສິນເຊື່ອທີ່ຜູ້ກູ້ໄດ້ນຳອະສັງຫາລິມະຊັບ ເຊັ່ນ ທີ່ດິນ ແລະ/ຫຼື ອາຄານທີ່ມີໃບຕາດິນຖືກຕ້ອງ ມາເປັນຫຼັກຊັບຄ້ຳປະກັນ.
ມູນຄ່າຫຼັກຊັບທີ່ຮັບຮູ້ ແມ່ນ 80% ຂອງມູນຄ່າປະເມີນທີ່ PFI ອະນຸມັດ. ບຄຊ ຄຸ້ມຄອງ 80% ຂອງເງິນຕົ້ນຂອງສິນເຊື່ອ ແລະ PFI ຮັບຜິດຊອບຄວາມສ່ຽງອີກ 20%.
ອັດຕາການຄຸ້ມຄອງ
80%
ຄ່າທຳນຽມ
1.0% ຕໍ່ປີ
ວົງເງິນຕ່ຳສຸດ
100 ລ້ານກີບ
ວົງເງິນສູງສຸດ
4 ຕື້ກີບ
ໄລຍະເວລາ
1-7 ປີ
ຈຸດປະສົງ
ທຶນໝູນວຽນ / ຊັບສິນຄົງທີ່
ການຄໍ້າປະກັນແບບບໍ່ມີຫຼັກຊັບ (Unsecured Guarantee)
ການຄ້ຳປະກັນແບບບໍ່ມີຫຼັກຊັບ ແມ່ນການສະໜັບສະໜູນສິນເຊື່ອສຳລັບຜູ້ກູ້ທີ່ບໍ່ມີຫຼັກຊັບຕາມເງື່ອນໄຂ. ການຄ້ຳປະກັນຈະເຮັດໜ້າທີ່ທົດແທນຫຼັກຊັບ ແລະ ຄຸ້ມຄອງ 70% ຂອງເງິນຕົ້ນ.
ຜະລິດຕະພັນນີ້ເໝາະສຳລັບ ຈກນ ທີ່ຫາກໍ່ເລີ່ມຕົ້ນ ຫຼື ທຸລະກິດທີ່ບໍ່ໄດ້ອາໄສຊັບສິນຈຳນວນຫຼາຍ ແຕ່ມີພື້ນຖານທຸລະກິດທີ່ດີ ແລະ ມີຊັບສິນປະເພດອະສັງຫາລິມະຊັບຈຳກັດ.
ອັດຕາການຄຸ້ມຄອງ
70%
ຄ່າທຳນຽມ
1.5% ຕໍ່ປີ
ວົງເງິນຕ່ຳສຸດ
100 ລ້ານກີບ
ວົງເງິນສູງສຸດ
4 ຕື້ກີບ
ໄລຍະເວລາ
1-7 ປີ
ຈຸດປະສົງ
ທຶນໝູນວຽນ / ຊັບສິນຄົງທີ່
ຂະແໜງການບູລິມະສິດ
ຂະແໜງການບູລິມະສິດຂອງ ບຄຊ ປະກອບມີ:
1. ການຜະລິດ ລວມທັງການປຸງແຕ່ງກະສິກຳ, ຫັດຖະກຳ ແລະ ການລ້ຽງສັດ.
2. ການຄ້າຂາຍຍົກຜະລິດຕະພັນກະສິກຳ ເພື່ອນຳໄປປຸງແຕ່ງ ຫຼື ສົ່ງອອກ.
3. ການບໍລິການດ້ານການທ່ອງທ່ຽວ.
ອັດຕາຄ້ຳປະກັນ
80%
ຄ່າທຳນຽມຄ້ຳປະກັນ
1.0% ຕໍ່ປີ
ວົງເງິນກູ້ຕ່ຳສຸດ
100 ລ້ານກີບ
ວົງເງິນກູ້ສູງສຸດ
4 ຕື້ກີບ
ໄລຍະເວລາ
1–7 ປີ
ຈຸດປະສົງ
ທຶນໝູນວຽນ ຫຼື ລາຍຈ່າຍລົງທຶນ
ປະເພດສິນເຊື່ອ ແລະ ວົງເງິນສິນເຊື່ອທີ່ມີສິດ
ປະເພດສິນເຊື່ອ / ວົງເງິນ
ລາຍລະອຽດ
ເງິນກູ້ແບບມີກຳນົດເວລາ (Term Loans)
ເງິນກູ້ທຸລະກິດແບບມີກຳນົດເວລາຄົງທີ່ ສຳລັບເປັນທຶນໝູນວຽນ ຫຼື ການລົງທຶນຊັບສິນຄົງທີ່ ພ້ອມດ້ວຍກຳນົດເວລາການຊຳລະຄືນທີ່ຊັດເຈນ.
ເງິນເບີກເກີນບັນຊີ (Overdrafts)
ວົງເງິນສິນເຊື່ອໝູນວຽນທີ່ອະນຸຍາດໃຫ້ MSME ສາມາດຖອນເງິນໄດ້ສູງສຸດຕາມວົງເງິນທີ່ຕົກລົງກັນໄວ້ ເພື່ອຕອບສະໜອງຄວາມຕ້ອງການໃນການດຳເນີນງານປະຈຳວັນ.
ສິນເຊື່ອເພື່ອການຄ້າ (Trade Facilities)
ໜັງສືຄໍ້າປະກັນການນຳເຂົ້າສິນຄ້າ (LC), ໃບຮັບຮອງການປ່ອຍສິນຄ້າ (TR) ແລະ ສິນເຊື່ອເພື່ອການນຳເຂົ້າສຳລັບ MSME ທີ່ດຳເນີນທຸລະກິດການຄ້າ.
ສິນເຊື່ອໃບແຈ້ງໜີ້ (Invoice Financing)
ສິນເຊື່ອໄລຍະສັ້ນໂດຍໃຊ້ໃບແຈ້ງໜີ້ທີ່ຍັງບໍ່ທັນໄດ້ຮັບຊຳລະເປັນຫຼັກຊັບຄໍ້າປະກັນ ເພື່ອປ່ຽນໜີ້ຕ້ອງຮັບໃຫ້ກາຍເປັນທຶນໝູນວຽນ.
ສິນເຊື່ອບັນຊີລູກໜີ້ (Receivables Financing)
ວົງເງິນສິນເຊື່ອທີ່ອີງໃສ່ບັນຊີລູກໜີ້ແບບກວ້າງຂວາງ ເພື່ອຊ່ວຍ MSME ໃນການຄຸ້ມຄອງຊ່ອງຫວ່າງສະພາບຄ່ອງທາງດ້ານການເງິນ ລະຫວ່າງການຈັດສົ່ງສິນຄ້າ ແລະ ການຊຳລະເງິນ.
Value-Added Services
ນອກເໜືອຈາກຜະລິດຕະພັນການຄໍ້າປະກັນແລ້ວ, LCGC ຍັງສະໜອງການບໍລິການດັ່ງຕໍ່ໄປນີ້ໃຫ້ແກ່ສະຖາບັນການເງິນຄູ່ຮ່ວມງານ ແລະ MSME:
- ການຝຶກອົບຮົມກ່ຽວກັບການຄໍ້າປະກັນສິນເຊື່ອ (Credit Guarantee Training) ໂຄງການສຳລັບພະນັກງານສິນເຊື່ອຂອງທະນາຄານຄູ່ຮ່ວມງານ ໃນການປະເມີນ ແລະ ວາງໂຄງສ້າງເງິນກູ້ທີ່ຈະໄດ້ຮັບການຄໍ້າປະກັນ, ການສະເໜີຂໍການຄໍ້າປະກັນສິນເຊື່ອ ພ້ອມທັງການລາຍງານ ແລະ ຕິດຕາມສະຖານະຂອງເງິນກູ້ທີ່ໄດ້ຮັບການຄໍ້າປະກັນປະຈຳເດືອນ.
- ການສ້າງຄວາມເຂັ້ມແຂງໃຫ້ແກ່ MSME (MSME Capacity Building) ຍົກລະດັບຄວາມຮູ້ທາງດ້ານການເງິນຂອງ MSME ດ້ວຍໂຄງການຝຶກອົບຮົມທີ່ເປັນລະບົບ ກ່ຽວກັບການຄໍ້າປະກັນສິນເຊື່ອ, ການຄຸ້ມຄອງກະແສເງິນສົດ, ຄວາມເປັນຜູ້ປະກອບການ, ການຕະຫຼາດ ແລະ ລະບົບບັນຊີ.
- ການອອກໃບຢັ້ງຢືນການຄໍ້າປະກັນ (Guarantee Certificate Issuance) ດຳເນີນການພາຍໃນ 5 ວັນລັດຖະການ ຫຼັງຈາກໄດ້ຮັບເອກະສານຄຳຮ້ອງທີ່ຄົບຖ້ວນ ແລະ ຖືກຕ້ອງ.
- ການດຳເນີນການຮຽກຮ້ອງຄ່າທົດແທນ (Claims Processing) ໂຄງສ້າງການດຳເນີນງານແບບ 2 ຂັ້ນຕອນ ພ້ອມກຳນົດເວລາ ແລະ ຂັ້ນຕອນການເບີກຈ່າຍທີ່ໂປ່ງໃສ.
- ການປັບປຸງໂຄງການ & ແຈ້ງການນະໂຍບາຍ (Scheme Updates & Policy Notifications) ການແຈ້ງການເປັນລາຍລັກອັກສອນກ່ຽວກັບການປ່ຽນແປງຂອງບັນຊີລາຍຊື່ຂໍ້ຫ້າມ (Negative List), ຄ່າທຳນຽມ ຫຼື ເງື່ອນໄຂຕ່າງໆຂອງໂຄງການ.
NEGATIVE LIST — INELIGIBLE ACTIVITIES
ກິດຈະກຳ ແລະ ຂະແໜງການດັ່ງຕໍ່ໄປນີ້ ແມ່ນບໍ່ມີສິດໄດ້ຮັບການຄໍ້າປະກັນຈາກ LCGC:
- ການຜະລິດ ຫຼື ການຄ້າຂາຍຜະລິດຕະພັນໃດໜຶ່ງທີ່ຖືວ່າຜິດກົດໝາຍພາຍໃຕ້ກົດໝາຍຂອງ ສປປ ລາວ ຫຼື ສົນທິສັນຍາສາກົນ
- ການຜະລິດ ຫຼື ການຄ້າຂາຍອາວຸດ, ລູກປືນ ແລະ ກິດຈະກຳທີ່ກ່ຽວຂ້ອງກັບອາວຸດ
- ການຜະລິດ ຫຼື ການຄ້າຂາຍຜະລິດຕະພັນຢາສູບ
- ການພະນັນ, ກາຊີໂນ ແລະ ທຸລະກິດທີ່ທຽບເທົ່າ
- ການຜະລິດ ຫຼື ການຄ້າຂາຍວັດຖຸກຳມັນຕະພາບລັງສີ (ຍົກເວັ້ນບາງກໍລະນີສຳລັບອຸປະກອນທາງການແພດ/ການວັດແທກ)
- ການຜະລິດ ຫຼື ການຄ້າຂາຍເສັ້ນໄຍແອັສເບັສໂຕສ (Asbestos) ທີ່ບໍ່ໄດ້ເຊື່ອມຕິດກັນ
- ໂຄງການປູກຝັງທີ່ຮຽກຮ້ອງໃຫ້ມີການຖາງປ່າທຳມະຊາດທີ່ຍັງອຸດົມສົມບູນ ຫຼື ເຂດປ່າສະຫງວນ
- ກິດຈະກຳທີ່ສົ່ງຜົນກະທົບທາງລົບຕໍ່ສະຖານທີ່ສຳຄັນທາງວັດທະນະທຳ ຫຼື ບູຮານຄະດີ
- ການຄ້າຂາຍສິ່ງເສດເຫຼືອ ຫຼື ຜະລິດຕະພັນສິ່ງເສດເຫຼືອຂ້າມແດນ (ຍົກເວັ້ນສິ່ງເສດເຫຼືອທີ່ບໍ່ເປັນອັນຕະລາຍເພື່ອການນຳກັບມາໃຊ້ໃໝ່)
- ການຄ້າຂາຍສິນຄ້າໂດຍບໍ່ມີໃບອະນຸຍາດສົ່ງອອກ/ນຳເຂົ້າທີ່ຈຳເປັນ
- ການຄ້າຂາຍຢາເສບຕິດ ແລະ ການຄ້າມະນຸດ
- ກິດຈະກຳທາງອາຍາ ຫຼື ການກະທຳທີ່ຜິດກົດໝາຍໃດໆ
- ທຸລະກິດໃດໆທີ່ຖືກຫ້າມໂດຍກົດໝາຍ ແລະ ລະບຽບການຂອງ ສປປ ລາວ
- ການກໍ່ການຮ້າຍ ແລະ ກິດຈະກຳການຟອກເງິນ
- ບໍລິສັດທີ່ມີການນຳໃຊ້ແຮງງານເດັກ
- ບໍລິສັດທີ່ມີສ່ວນກ່ຽວຂ້ອງກັບການຫຼົບຫຼີກພາສີ-ອາກອນ
NEGATIVE LIST — INELIGIBLE ACTIVITIES
ເພື່ອໃຫ້ມີສິດໄດ້ຮັບການຄໍ້າປະກັນສິນເຊື່ອຈາກ LCGC, ຜູ້ກູ້ຢືມຕ້ອງຕອບສະໜອງໄດ້ຕາມເງື່ອນໄຂທັງໝົດດັ່ງຕໍ່ໄປນີ້:
- ຖືກຈັດຢູ່ໃນປະເພດ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ພາຍໃຕ້ດຳລັດ 04/ລບ
- ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ ແລະ ດຳເນີນທຸລະກິດໃນ ສປປ ລາວ (ມີໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດຈາກອຳນາດການປົກຄອງທ້ອງຖິ່ນ)
- ທຸລະກິດທີ່ຄົນລາວຖືຮຸ້ນສ່ວນໃຫຍ່
- ທຸລະກິດທີ່ດຳເນີນການຢູ່ໃນ ສປປ ລາວ
- ດຳເນີນກິດຈະການມາແລ້ວຢ່າງໜ້ອຍ 2 ປີ
- ມີປະຫວັດການຊຳລະໜີ້ດີໃນໄລຍະ 1 ປີຜ່ານມາ (ກໍລະນີເຄີຍເປັນໜີ້ NPL ແມ່ນຕ້ອງໄດ້ຮັບການແກ້ໄຂແລ້ວ ແລະ ມີໄລຍະເວລາຕິດຕາມຜົນ 1 ປີ)
- ມີຄວາມສາມາດໃນການຊຳລະຄືນເງິນກູ້
- ບໍ່ຕິດບັນຊີດຳ ຫຼື ຢູ່ໃນບັນຊີລາຍຊື່ທີ່ຖືກກຳນົດມາດຕະການລົງໂທດໃດໆ
- ກິດຈະກຳທຸລະກິດບໍ່ນອນຢູ່ໃນບັນຊີລາຍຊື່ຂໍ້ຫ້າມ (Negative List)
- ຖ້າມີສາຍພົວພັນໃດໆກັບພະນັກງານຫຼັກຂອງ PFI ຫຼື LCGC ແມ່ນຕ້ອງໄດ້ແຈ້ງໃຫ້ຊາບ
ວົງເງິນຄໍ້າປະກັນສູງສຸດຕໍ່ໜຶ່ງ MSME
5,000,000,000 ກີບ
(5 ຕື້ກີບ)
ເປັນການຄິດໄລ່ລວມທັງໃນນາມຜູ້ກູ້ຢືມ ແລະ ເຈົ້າຂອງທຸລະກິດຫຼັກ. ສາມາດຂໍອະນຸມັດການຄໍ້າປະກັນເພີ່ມເຕີມໄດ້ພາຍຫຼັງ 6 ເດືອນ ນັບຈາກວັນທີອອກໃບຢັ້ງຢືນຄັ້ງຫຼ້າສຸດ, ໂດຍມີເງື່ອນໄຂວ່າເງິນກູ້ທີ່ມີຢູ່ຕ້ອງມີປະຫວັດການຊຳລະດີ.
ELIGIBLE & PRIORITY SECTORS
ຂະແໜງການທີ່ມີສິດ
ກະສິກຳ
ການຄ້າຂາຍ
ການບໍລິການ
ຫັດຖະກຳ
ອຸດສາຫະກຳ
ຂະແໜງການບູລິມະສິດ (ສິດທິປະໂຫຍດພິເສດ)
ຂະແໜງການດັ່ງຕໍ່ໄປນີ້ ມີສິດໄດ້ຮັບອັດຕາການຄຸ້ມຄອງການຄໍ້າປະກັນ 80% ແລະ ຫຼຸດຄ່າທຳນຽມການຄໍ້າປະກັນເຫຼືອພຽງ 1.0% ຕໍ່ປີ, ບໍ່ວ່າເງິນກູ້ນັ້ນຈະມີ ຫຼື ບໍ່ມີຫຼັກຊັບຄໍ້າປະກັນກໍ່ຕາມ:
ອຸດສາຫະກຳການຜະລິດ
ລວມເຖິງການປຸງແຕ່ງຜະລິດຕະພັນກະສິກຳ, ຫັດຖະກຳ ແລະ ການລ້ຽງສັດ.
ການຄ້າສົ່ງ
ໂດຍສະເພາະແມ່ນຜະລິດຕະພັນກະສິກຳທີ່ມີຈຸດປະສົງເພື່ອນຳໄປປຸງແຕ່ງຕໍ່ ຫຼື ສົ່ງອອກ.
ການບໍລິການທ່ອງທ່ຽວ
ທຸກການບໍລິການທີ່ກ່ຽວຂ້ອງກັບຂະແໜງການທ່ອງທ່ຽວ ແລະ ການບໍລິການສະຖານທີ່ພັກເຊົາ ໃນ ສປປ ລາວ.
HOW THE SCHEME WORKS (all)
ຂັ້ນຕອນການດຳເນີນງານຂອງໂຄງການ
1
MSME ຍື່ນສະເໜີ
ຜູ້ກູ້ຢືມຕິດຕໍ່ສະຖາບັນການເງິນຄູ່ຮ່ວມງານ (PFI) ເພື່ອຂໍສິນເຊື່ອທຸລະກິດ
2
PFI ປະເມີນຜົນ
PFI ດຳເນີນການປະເມີນສິນເຊື່ອຂອງຜູ້ກູ້ຢືມ
3
ສະເໜີຂໍການຄໍ້າປະກັນ
PFI ສົ່ງໃບຄຳຮ້ອງຂໍການຄໍ້າປະກັນໃຫ້ແກ່ LCGC
4
LCGC ພິຈາລະນາ
LCGC ກວດກາຄວາມສອດຄ່ອງຕາມເງື່ອນໄຂຂອງ MFGS (ພາຍໃນ 5 ວັນລັດຖະການ)
5
ອອກໃບຢັ້ງຢືນ
LCGC ອອກໃບຢັ້ງຢືນການຄໍ້າປະກັນໃຫ້ແກ່ PFI
6
ເບີກຈ່າຍສິນເຊື່ອ
PFI ດຳເນີນການເບີກຈ່າຍເງິນກູ້ໃຫ້ແກ່ຜູ້ກູ້ຢືມ (MSME)